ໜ່ວຍພັກກົມກວດກາ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II
ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກ ກົມກວດກາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ໄຂ
ຂຶ້ນໃນຕອນເຊົ້າຂອງວັນທີ 19 ສິງຫາ 2019, ທີ່ຫ້ອງປະຊຸມຂອງ ກວຕ. ໂດຍໃຫ້ກຽດເຂົ້າຮ່ວມເປັນທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ສະຫາຍ ເຮີເຊັງ ເຢຍປໍເຮີ, ເລຂາໜ່ວຍພັກກົມກວດກາ ແລະ ສະຫາຍ ສົມຫວາດ ໂພທິສັດ, ຮອງເລຂາໜ່ວຍພັກກົມກວດກາ ຊຶ່ງມີບັນດາສະຫາຍໃນຄະນະພັກກະຊວງ,ເລຂາໜ່ວຍພັກ ຫ້ອງການ, ບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍສະມາຊິກພັກໜ່ວຍພັກກົມກວດກາ.
ກອງປະຊຸມສຳມະນາວຽກງານກວດກາໂດຍການນຳໃຊ້ລະບົບ ໄອທີ ຢູ່ (ພວຕ) ແຂວງ ຈໍາປາສັກ
ກອງປະຊຸມສຳມະນາວຽກງານກວດກາໂດຍການນຳໃຊ້ລະບົບ ໄອທີ ຢູ່ (ພວຕ) ແຂວງ ຈໍາປາສັກ
ໃນວັນທີ 24 ພຶດສະພາ 2019, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງ ຈໍາປາສັກ ຈັດກອງປະຊຸມຝຶກອົບຮົມໄອທີ ເພື່ອນໍາໃຊ້ເຂົ້າໃນວຽກງານກວດກາ ພາຍໃຕ້ “ໂຄງການຄົ້ນຄວ້າສ້າງ ຄວາມເຂັ້ມແຂງ ໃຫ້ແກ່ວຽກງານກວດກາ”.
ກອງປະຊຸມຝຶກອົບຮົມຄັ້ງນີ້ ໄດ້ຮັບການຮ່ວມມືຈາກ ກົມກວດກາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ສົມທົບກັບ ກົມເຕັກໂນໂລຊີດີຈີຕ໋ອນ, ກວຕ ແລະ ໄດ້ຮັບກຽດການເຂົ້າຮ່ວມເປັນປະທານ ຂອງ ທ່ານ ເຮີເຊັງ ເຢຍປໍເຮີ, ຫົວໜ້າກົມກວດກາ, ກວຕ ແລະ ທ່ານ ສີຟອງ ແກ້ວເຮືອງມະນີ, ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງ ຈໍາປາສັກ.
ຮອງນາຍົກ ເນັ້ນໜັກ 7 ບັນຫາຕໍ່ວຽກງານກວດກາ ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ຮອງນາຍົກ ເນັ້ນໜັກ 7 ບັນຫາຕໍ່ວຽກງານກວດກາ ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ໃນໂອກາດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກ ງານກວດກາປະຈໍາປີ 2018 ແລະ ວາງທິດທາງ ແຜນການ
ປີ 2019 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ 2019 ຜ່ານມານີ້, ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເນັ້ນໜັກ 7 ບັນຫາ ຕໍ່ວຽກງານກວດກາຂອງກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ຄື: 1) ບັນຫາພື້ນຖານ ແມ່ນພ້ອມກັນສືບຕໍ່ ຄົ້ນຄວ້າ, ເຊື່ອມຊຶມ-ກຳແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ບັນດາມະຕິ, ຂໍ້ກຳນົດ ແລະ ນິຕິກຳ
ກອງປະຊຸມສະຫຼຸບວຽກງານກວດກາ ຂອງກະຊວງວິ ທະຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2018
ກອງປະຊຸມສະຫຼຸບວຽກງານກວດກາ ຂອງກະຊວງ ວິທະ ຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2018 ໄດ້ໄຂຂຶ້ນໃນ
ຕອນເຊົ້າຂອງວັນທີ 16 ພຶດສະພາ 2019, ພາຍໃຕ້ການເປັນ ປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນ ຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຄະນະພັກ, ບັນດາທ່ານຮອງລັດຖະມົນຕີ, ມີຜູ້ຕາງໜ້າຄະນະກວດກາ ສູນກາງພັກ, ບັນດາຄະນະກົມ ແລະ ສະມາຊິກພັກ ພ້ອມດ້ວຍພະນັກງານ ຫຼັກແຫຼ່ງ ຂອງກະຊວງ ເຂົ້າຮ່ວມທັງໝົດ 200 ກວ່າທ່ານ.