ກອງປະຊຸມສະຫຼຸບວຽກງານກວດກາ ຂອງກະຊວງວິ ທະຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2018
ກອງປະຊຸມສະຫຼຸບວຽກງານກວດກາ ຂອງກະຊວງ ວິທະ ຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2018 ໄດ້ໄຂຂຶ້ນໃນ
ຕອນເຊົ້າຂອງວັນທີ 16 ພຶດສະພາ 2019, ພາຍໃຕ້ການເປັນ ປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນ ຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຄະນະພັກ, ບັນດາທ່ານຮອງລັດຖະມົນຕີ, ມີຜູ້ຕາງໜ້າຄະນະກວດກາ ສູນກາງພັກ, ບັນດາຄະນະກົມ ແລະ ສະມາຊິກພັກ ພ້ອມດ້ວຍພະນັກງານ ຫຼັກແຫຼ່ງ ຂອງກະຊວງ ເຂົ້າຮ່ວມທັງໝົດ 200 ກວ່າທ່ານ.
ກອງປະຊຸມໄດ້ຮັບຟັງ ການສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2018 ແລະ ວາງທິດທາງ ເຄື່ອນໄຫວປີ 2019 ຊຶ່ງສາມາດສັງລວມ ໄດ້ດ້ານດີທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ສະແດງອອກຄື: ຄະນະພັກ, ຄະນະກວດກາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເອົາໃຈໃສ່ໂຄສະນາເຜີຍແຜ່ນິຕິກຳກ່ຽວກັບວຽກງານກວດກາ ຢູ່ໃນຂະແໜງ ວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນ ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການກວດກາລັດ ແລະ ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢູ່ຂະແໜງ ວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບເຂດທົ່ວປະເທດ ພ້ອມທັງເນັ້ນລົງເລິກໜ້າທີ່ ແລະ ຂອບເຂດສິດ ຂອງຂະແໜງກວດກາ ລວມທັງການຊຸກຍູ້ໃຫ້ສ້າງຕັ້ງຂະແໜງກວດກາສັງກັດບັນດາພະແນກວິທະຍາສາດ ແລະ ເຕັກໂນໂລຊີ ຂອງທ້ອງຖິ່ນຕາມຄວາມສາມາດຕົວຈິງ, ຕິດຕາມການເຄື່ອນໄຫວຂອງບັນດາໜ່ວຍພັກການ ຈັດຕັ້ງປະຕິບັດກົດລະບຽບຂອງພັກ ເປັນຕົ້ນແມ່ນ ການດຳເນີນຊີວິດການເມືອງປະຈຳເດືອນ, ການກໍ່ສ້າງ ແລະ ຂະຫຍາຍພັກ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ໄດ້ຕິດຕາມການເຄື່ອນ ໄຫວປະຕິບັດວຽກງານຕາມພາລະບົດບາດຂອງບັນດາກົມ, ຫ້ອງການ, ສະຖາບັນ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີທ້ອງຖິ່ນ; ຕິດຕາມ, ກວດກາໂຄງການລົງທຶນຂອງລັດຂອງກະຊວງເປັນປົກກະຕິ; ໄດ້ຕິດຕັ້ງຕູ້ຮັບຄຳຮ້ອງ-ຄຳສະເໜີຢູ່ 2 ຈຸດ ແລະ ໄດ້ມອບໃຫ້ພະນັກງານຕິດຕາມ ຄຳຮ້ອງ-ຄຳສະ ເໜີ ໂດຍແມ່ນກົມກວດກາເປັນຜູ້ຮັບຜິດຊອບຄຸ້ມຄອງ; ດ້ານກົງຈັກການຈັດຕັ້ງວຽກງານກວດກາ: ໄດ້ປະຕິບັດຕາມກົດໝາຍ ວ່າດ້ວຍການກວດກາລັດ ແລະ ບົດແນະນຳຂອງຄະນະກວດກາສູນກາງພັກ ໂດຍອີງໃສ່ສະພາບຈຸດພິເສດຂອງກະຊວງໄດ້ປັບປຸງພາລະບົດບາດ ຂອງກົມກວດກາຄືນໃໝ່, ສຳລັບວຽກງານ ກວດກາ ຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແມ່ນໃຫ້ພະແນກຄົ້ນຄວ້າຕາມເງື່ອນ ໄຂຕົວຈິງບ່ອນໃດ ມີ ຄວາມເໝາະສົມກໍ່ສາມາດ ຕັ້ງເປັນຂະແໜງກວດກາ, ໜ່ວຍງານກວດກາ ຫຼື ຜູ້ຮັບຜິດຊອບວຽກງານກວດກາ.
ຄຽງຄູ່ກັບດ້ານດີ, ຜົນສຳເລັດທີ່ກ່າວມານັ້ນວຽກງານກວດກາຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຍັງມີຂໍ້ຄົງ ຄ້າງຈຳນວນໜຶ່ງຊຶ່ງ ຈະຕ້ອງໄດ້ສືບຕໍ່ ແກ້ໄຂໃນຕໍ່ໜ້າ ຄື: ການຈັດຕັ້ງພັກ-ລັດຂັ້ນຕ່າງໆພາຍໃນກະຊວງ ຈະຕ້ອງໄດ້ເພີ່ມທະວີວຽກງານກວດກາໃຫ້ແຂງ ແຮງກວ່າເກົ່າ ເປັນຕົ້ນ: ການຕິດຕາມ, ກວດກາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ທັນເວລາ; ການຕິດຕາມ, ກວດກາໂຄງການລົງທຶນ ຂອງລັດ ຕໍ່ບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າແຕ່ 5 ຕື້ກີບ ຂຶ້ນໄປເລີ່ມແຕ່ຫົວທີ; ການຕິດຕາມ, ກວດກາການແຈ້ງຊັບສິນ-ລາຍຮັບພະນັກງານ ຄວນໄດ້ ມີການຈົດກ່າຍ ແລະ ມອບຮັບໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ.
ນອກຈາກນັ້ນ, ຍັງໄດ້ວາງທິດທາງ ແລະ ແຜນການວຽກງານກວດກາໃນຕໍ່ໜ້າ ຄື: ຈະສືບຕໍ່ຈັດຕັ້ງໂຄສະນາເຜີຍແຜ່ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກ ງານກວດກາໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເປັນປົກກະຕິ, ສືບຕໍ່ຕິດຕາມ, ກວດກາຕໍ່ການຈັດຕັ້ງພັກ, ຄະນະໜ່ວຍພັກ, ສະມາຊິກພັກທີ່ຂຶ້ນກັບການຄຸ້ມຄອງຂອງຄະນະພັກກະຊວງ ກ່ຽວກັບການຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມ ໃຫຍ່ອົງຄະນະພັກກະຊວງຄັ້ງທີ I ແລະ ມະຕິກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ, ສືບຕໍ່ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງກວດກາປະເມີນຜົນການສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບ ຕໍ່ຕິດຕາມ-ກວດກາ ຊຸກຍູ້ການປະຕິບັດແຜນ ພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕາມ 6 ແຜນງານຍຸດທະສາດຂອງກະຊວງ, ຕິດຕາມ-ກວດກາຜົນການກວດສອບເປັນຕົ້ນ: ການປະຕິບັດ ລະບຽບຫຼັກ ການດ້ານການເງິນ, ບັນຊີລາຍຮັບ-ລາຍຈ່າຍງົບປະມານ, ລາຍຮັບວິຊາການ, ສືບຕໍ່ຈັດຕັ້ງເຜີຍແຜ່ນິຕິກໍາຕ່າງໆ ກ່ຽວກັບວຽກງານສະກັດ ກັ້ນຕ້ານການສໍ້ລາດບັງຫຼວງໃຫ້ກວ້າງຂວາງເລິກເຊິ່ງກວ່າເກົ່າ, ສືບຕໍ່ດໍາເນີນການຮັບແຈ້ງຊັບສິນ ແລະ ລາຍຮັບພະນັກງານ-ລັດຖະກອນຮອບ 2 ທີ່ຍັງຄ້າງ, ຄຸ້ມຄອງເອກະສານການແຈ້ງຊັບສິນແລະ ລາຍຮັບພະນັກງານ-ລັດຖະກອນ ຂັ້ນກະຊວງຄຸ້ມຄອງ.
ພ້ອມນັ້ນ, ຍັງຈະໄດ້ສືບຕໍ່ສ້າງເງື່ອນໄຂໃຫ້ພະນັກງານກວດກາ ໄດ້ເຂົ້າຮ່ວມຝຶກອົບຮົມວຽກງານກວດກາໄລຍະສັ້ນ ຫຼືໄລຍະຍາວຕາມການແບ່ງປັນ ຂອງຄະນະ ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ເພື່ອຮອງຮັບວຽກງານດັ່ງກ່າວໃຫ້ມີປະສິດທິພາບ ປະສິທິຜົນສູງຂຶ້ນໃນອະນາຄົດ.
ໃນກອງປະຊຸມໄດ້ເຜີຍແຜ່ເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນແມ່ນ: ເຜີຍແຜ່ບົດໂອ້ລົມຂອງທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ ລາດບັງຫຼວງຂັ້ນສູນກາງ ທີ່ໄດ້ສະເໜີຕໍ່ກອງປະຊຸມວຽກງານ ກວດກາທົ່ວປະເທດປະ ຈຳປີ 2018, ເຜີຍແຜ່ບົດສະຫຼຸບ ຫຍໍ້ວຽກງານກວດກາທົ່ວປະເທດປະຈຳປີ 2018 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2019 ຂອງຄະນະກວດກາສູນກາງພັກ, ເຜີຍແຜ່ບົດແນະ ນຳຂອງຄະນະກວດກາສູນກາງພັກກ່ຽວກັບການດຳເນີນຊີວິດ ການເມືອງພາຍໃນພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ ແລະ ເຜີຍແຜ່ບົດແນະນຳ ຂອງອົງການກວດກາລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າ ດ້ວຍການກວດກາລັດ (ສະບັບປັບປຸງ).
ໃນກອງປະຊຸມຄັ້ງນີ້ ບັນດາສະຫາຍເລຂາໜ່ວຍພັກຂອງກົມ, ຫ້ອງການ, ສະຖາບັນ ພ້ອມດ້ວຍບັນດາສະ ຫາຍໃນຄະນະພັກ ກໍໄດ້ປະກອບຄຳເຫັນ ກ່ຽວກັບ ວຽກງານກວດກາ.
ກອງປະຊຸມໄດ້ມີຄວາມເປັນເອກະພາບຕໍ່ການສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີປະຈຳປີ 2018 ແລະ ວາງທິດທາງເຄື່ອນໄຫວປີ 2019 ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.