ປະຫວັດຄວາມເປັນມາ
ກົມກວດກາ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາ ສະບັບເລກທີ 0842/ກວຕ, ລົງວັນທີ 21 ທັນວາ ປີ 2011. ຄັ້ງທີສອງໄດ້ມີການປັບປຸງ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາ ສະບັບເລກທີ 0724/ກວຕ, ລົງວັນທີ 24 ສິງຫາ ປີ 2015, ປະຈຸບັນໄດ້ປະຕິບັດພາລະບົດບາດຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາ ສະບັບເລກທີ 0276/ກວຕ, ລົງວັນທີ 26 ກຸມພາ ປີ2018 (ສະບັບປັບປຸງ)
ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມກວດກາສະບັບເລກທີ 0842/ກວຕ, ລົງວັນທີ 21 ທັນວາ ປີ 2011
ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມກວດກາ ສະບັບເລກທີ 0724/ກວຕ, ລົງວັນທີ 24 ສິງຫາ ປີ 2015