xxxsextres
xxxsexwatch
freexxxvideostube
fastmobilesporn
thebestpornosite
ພະແນກ ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ
Category: ກ່ຽວກັບກົມກວດກາ
ໜ້າທີ່ຂອງພະແນກກວດກາການບໍລິຫານລັດ ແລະ ຕ້ານການສໍ້ລາດບັງຫຼວງ
- ສຶກສາ, ຄົ້ນຄ້ວາຈັດຕັ້ງຜັນຂະຫຍາຍແຜນວຽກລະອຽດ ແລະ ໂຄງການສະເພາະຂອງກົມໃຫ້ເປັນໜ້າວຽກລະອຽດຂອງພະແນກ ເພື່ອຕິດຕາມ, ກວດກາ;
- ກວດກາການປະຕິບັດແນວທາງ, ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ,ຫຼັກການແລະແບບແຜນວິທີເຮັດວຽກໃນຂົງເຂດວຽກງານວິທະຍາສາດແລະເຕັກໂນໂລຊີ;
- ຕິດຕາມ,ກວດກາສະພາບການປະຕິບັດໜ້າທີ່ການເມືອງຂອງການຈັດຕັ້ງພາຍໃນກະຊວງແລະພະແນກການສາຍຕັ້ງຢູ່ຂັ້ນທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດແຜນການ, ແຜນງານ, ໂຄງການຕ່າງໆລວມທັງການນໍາໃຊ້ພາຫະນະ, ວັດຖຸອຸປະກອນຮັບໃຊ້ຕ່າງໆພາຍໃນກະຊວງໃຫ້ຖືກຕ້ອງຕາມເປົ້າໝາຍແລະຕາມກົດໝາຍຂອງລັດວາງອອກພ້ອມທັງຕິດຕາມ, ກວດກາການແກ້ໄຂຜົນຂອງການກວດກາ;
- ຕິດຕາມ, ກວດກາການປະຕິບັດໜ້າທີ່ວຽກງານຂອງ ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ພາຍໃນກະຊວງ ແລະ ພະແນກສາຍຕັ້ງຢູ່ຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງກັບວຽກງານ ວິທະຍາສາດ, ເຕັກໂນໂລຊີ-ຂໍ້ມູນຂ່າວສານ, ນະວັດຕະກໍາ, ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ;
- ຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການແຈ້ງຊັບສິນ-ລາຍຮັບ ຂອງລັດຖະກອນຂັ້ນກະຊວງຄຸ້ມຄອງ;
- ເປັນເຈົ້າການຄົ້ນຄວ້າ, ປະສານສົບທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໃນເມື່ອເຫັນວ່າມີການລະເມີດຕໍ່ຂໍ້ກໍານົດກົດລະບຽບວາງອອກ ລາຍງານຕໍ່ຄະນະກົມຂອງຕົນ ເພື່ອສະເໜີລາຍງານຕໍ່ຄະນະພັກຄະນະນໍາກະຊວງ ພິຈາລະນາມີທິດຊີ້ນໍາ;
- ຕິດຕາມ, ກວດກາວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງການຈັດຕັ້ງພາຍໃນກະຊວງ;
- ເຊີນແລະທວງໃຫ້ຂະແໜງການວິທະຍາສາດແລະເຕັກໂນໂລຊີເຂົ້າຮ່ວມ, ສະໜອງຂໍ້ມູນ ແລະເອກະສານຕ່າງໆທີ່ກ່ຽວຂ້ອງກັບການກວດກາ;
- ຄົ້ນຄວ້າມາດຕະການ, ວິທີການເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ ຢູ່ພາຍໃນກະຊວງ ແລະ ທ້ອງຖິ່ນ ໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ;
- ສະຫຼຸບລາຍງານແລະວາງແຜນວຽກງານຮອບດ້ານຂອງພະແນກເພື່ອລາຍງານຂັ້ນເທິງຢ່າງເປັນປົກກະຕິ;
- ພົວພັນຮ່ວມມື, ພົບປະເຈລະຈາ, ປະສານງານກັບອົງການຈັດຕັ້ງຕ່າງໆທັງພາຍໃນແລະຕ່າງປະເທດຕາມການມອບໝາຍຂອງກົມ;
- ປະຕິບັດຄຳສັ່ງ, ການຕົກລົງ, ຄໍາແນະນຳຕ່າງໆ ຂອງກົມ ແລະ ວຽກງານອື່ນໆຕາມການມອບໝາຍ ຂອງກົມ;