ທີ່ຕັ້ງ ແລະ ພາລະບົດບາດ
ກົມກວດກາ ຂຽນເປັນຕົວອັກສອນຫຍໍ້ວ່າ: “ກກ” ແມ່ນການຈັດຕັ້ງໜຶ່ງສັງກັດໃນໂຄງປະກອບກົງຈັກ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະພັກ ຄະນະນຳ ກະຊວງໃນການຕິດຕາມ, ກວດກາພັກ ແລະ ກວດກາລັດ, ການຕ້ານການສໍ້ລາດບັງຫຼວງຄົ້ນຄວ້າແກ້ໄຂຄຳຮ້ອງຄຳສະເໜີ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພົນລະເມືອງໃນຂອບເຂດທົ່ວປະເທດຕາມຄວາມຮັບຜິດຊອບ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.