ພວຕ ແຂວງ ບໍ່ແກ້ວ ນໍາໃຊ້ໄອທີ ເຂົ້າໃນວຽກ ງານກວດກາ
ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງບໍ່ແກ້ວ ຈັດກອງປະຊຸມຝຶກອົບຮົມວຽກງານ ໄອທີ ກ່ຽວກັບ ການນໍາໃຊ້ໂປຼແກຼມ ວຽກງານກວດກາ ພາຍໃຕ້ “ໂຄງການຄົ້ນຄວ້າສ້າງຄວາມເຂັ້ມແຂງ ໃຫ້ແກ່ ວຽກ ງານກວດກາ” ຂຶ້ນໃນຕອນເຊົ້າ ຂອງວັນທີ 21 ທັນວາ 2017, ທີ່ຫ້ອງປະຊຸມ ຂອງພະແນກດັ່ງກ່າວ.
ພວຕ ແຂວງອຸດົມໄຊ ຍົກລະດັບ ໄອທີ
ໃນຕອນເຊົ້າຂອງວັນທີ 19 ທັນວາ 2017, ກົມກວດກາ ແລະ ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງວິທະຍາ ສາດແລະເຕັກໂນໂລຊີ (ກວຕ) ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ)ແຂວງອຸດົມໄຊ ຈັດກອງ ປະຊຸມຝຶກອົບຮົມ ວຽກງານໄອທີ ກ່ຽວກັບການນສຳໃຊ້ໂປຼແກຼມວຽກງານກວດກາ ພາຍໃຕ້ “ໂຄງການຄົ້ນຄວ້າ ສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກວດກາ” ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ເຮີເຊັງ ເຢຍປໍ ເຮີ, ຫົວໜ້າກົມກວດກາ, ກວຕ ຜູ້ຊີ້ນຳວຽກງານໂຄງການ ທ່ານ ສົມແພງ ໄພຍາວົງ, ຫົວໜ້າ ພວຕ ແຂວງອຸດົມ ໄຊ.
ກົມກວດກາ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2016
ກົມກວດກາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີສະຫຼຸບວຽກງານປະຈໍາປີ 2016 ແລະວາງທິດທາງແຜນພັດທະນາວຽກງານປະຈຳປີ 2017 ຂຶ້ນໃນວັນທີ 14 ມີນາ 2017 ທີ່ຫ້ອງປະຊຸມຊັ້ນ 4ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ.
ກົມກວດກາ ຍົກລະດັບວຽກງານກວດກາ ດ້ວຍການນໍາໃຊ້ເຕັກໂນໂລຊີ
ໃນຕອນເຊົ້າວັນທີ 8 ພຶດສະພາ 2017 ທີ່ຫ້ອງປະຊຸມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ກົມກວດກາຮ່ວມກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ຈັດຝຶກອົບຮົມການຄຸ້ມຄອງ, ການນຳໃຊ້ໂປຣ ແກຣມ ແລະ ເວັບໄຊ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ໃຫ້ວຽກງານກວດກາ ໂດຍການໃຫ້ກຽດເປັນ ປະທານຂອງ ທ່ານ ເຮີເຊັງ ເຢຍປໍເຮີ, ຫົວໜ້າກົມກວດກາ, ກວຕ.