ກອງປະຊຸມປະກອບຄຳເຫັນໃສ່ຮ່າງຄູ່ມືຕິຕາມ, ກວດກາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
ວັນທີ 08 ທັນວາ 2016, ກົມກວດກາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງ ປະຊຸມປະກອບຄຳເຫັນໃສ່ຮ່າງຄູ່ມືຕິຕາມ, ກວດກາວຽກງານວິທະຍາສາດ ແລະ ເຕັກໂນໂລຊີໂດຍການໃຫ້ ກຽດເປັນປະ ທານ ທ່ານ ປອ. ສຸລິອຸດົງ ສູນດາລາ ຄະນະພັກ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມທີ່ມາຈາກ ຄະນະກວດກາ ສູນກາງພັກ, ອົງການກວດກາລັດຖະບານ, ກົມກວດກາອ້ອມຂ້າງສູນກາງ ແລະ ຫ້ອງການ, ບັນດາກົມ, ສະຖາບັນພາຍໃນກະຊວງ ເຂົ້າຮ່ວມ.
ກວຕ ຈັດກອງປະຊຸມວຽກງານກວດກາ 5 ປີ ຄັ້ງທີ 1
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມວຽກງານກວດກາ 5 ປີ ຄັ້ງທີ 1 (2011-2015)ຂຶ້ນໃນວັນທີ 14 ຕຸລາ 2016 ທີ່ ກວຕໂດຍການໃຫ້ກຽດເປັນຄະນະປະທານຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ; ທ່ານ ປອ. ສຸລິອຸດົງສູນດາລາ, ປະທານກວດກາ ກວຕ, ຮອງລັດຖະມົນຕີ ກວຕ ແລະ ທ່ານ ສີໄນ ມຽງລາວັນ, ຮອງປະທານຄະ ນະກວດກາສູນກາງພັກ.
ຝຶກອົບຮົມການສ້າງນິຕິກຳ ໃຫ້ແກ່ພະນັກງານ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ວັນທີ 9 ສິງຫາ 2016, ກົມກວດກາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງ ປະຊຸມຝຶກອົບຮົມ ການສ້າງນິຕິກຳໃຫ້ແກ່ພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍການໃຫ້ ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງທ່ານ ບຸນຕີ ທະມິດ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກວຕ.
ເຊື່ອມຊຶມ, ເຜີຍແຜ່-ແນະນຳ ການແຈ້ງຊັບສິນ ແລະ ລາຍຮັບ ໃຫ້ພະນັກງານ-ລັດຖະກອນ ກວຕ ຊຸດທີ 2
ວັນທີ 24 ພຶດສະພາ 2016, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມເຊື່ອມຊຶມ, ເຜີຍແຜ່-ແນະນຳ ການຈັດຕັ້ງປະຕິບັດ ການແຈ້ງຊັບສິນ ແລະ ລາຍຮັບ ໃຫ້ພະນັກງານ-ລັດຖະກອນ ຊຸດທີ 2 ຂຶ້ນ ໂດຍພາຍໃຕ້ການ ເປັນປະທານ ຂອງ ທ່ານ ປອ. ສຸລິອຸດົງ ສຸນດາລາ, ປະທານກວດກາກະຊວງ, ຮອງລັດ ຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍມີທ່ານ ເຮີເຊັງ ເຢຍປໍເຮີ, ຮອງປະທານ ກວດກາ, ຫົວໜ້າກົມກວດກາ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າຮ່ວມ 100 ກວ່າຄົນ.