ພະນັກງານ-ລັດຖະກອນ ກວຕ ເຊື່ອມຊຶມເອກະ ສານກໍ່ສ້າງພັກ, ຄຸ້ມຄອງພະນັກງານ ແລະ ວຽກງານກວດກາ
ພະນັກງານ-ລັດຖະກອນ ພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ເຊື່ອມຊຶມເອ ກະສານ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານ ກວດກາ ໃນວັນທີ 23 ກຸມພາ 2018 ທີ່ສະຖາ ບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃຕ້ການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ.
ພວຕ ແຂວງບໍ່ແກ້ວ ກວດສອບຄຸນນະພາບ ນໍ້າມັນເຊື້ອໄຟ
ໃນຕອນບາຍ ຂອງວັນທີ 5 ມີນາ 2018, ຂະແໜງ ຊັບສີນທາງປັນຍາ, ມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງບໍ່ແກ້ວ ຮ່ວມກັບ ລັດວິສາຫະກິດນໍ້າມັນ ເຊື້ອໄຟລາວ ສາຂາ ແຂວງບໍ່ແກ້ວ ໄດ້ກວດກາຄຸນນະພາບນໍ້າມັນຂຶ້ນ ໂດຍການ ເຂົ້າຮ່ວມ ຂອງທ່ານ ຄອນໄຊ ສະຕິ, ຫົວໜ້າ ພວຕ ແຂວງບໍ່ແກ້ວ ແລະ ທ່ານ ສຸລິຍົງຍາ, ຫົວໜ້າ ສາຂານໍ້າມັນເຊື້ອໄຟລາວ ສາຂາ ແຂວງບໍ່ແກ້ວ.
ກົມກວດກາ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2017 ແລະ ວາງທິດທາງແຜນການ 2018
ໃນຕອນເຊົ້າຂອງວັນທີ 16 ກຸມພາ 2018 ທີ່ຜ່ານມານີ້, ກົມກວດກາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວ ວຽກງານ ຂອງກົມກວດກາ ປະຈຳປີ 2017 ຢຸ່ຫ້ອງປະຊຸມ ກວຕ ໂດຍການເປັນປະທານ ຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການ ສູນກາງພັກ, ລັດຖະມົນຕີ ກວຕ.
ພວຕ ແຂວງສະຫວັນນະເຂດ ນໍາໃຊ້ໄອທີ ເຂົ້າໃນວຽກງານກວດກາ
ໃນຕອນເຊົ້າຂອງວັນທີ 04 ມັງກອນ 2018, ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງ ສະຫວັນ ນະເຂດ ຈັດກອງປະຊຸມຝຶກອົບຮົມໄອທີ ເພື່ອນໍາໃຊ້ເຂົ້າໃນວຽກງານກວດກາ ພາຍໃຕ້ “ໂຄງການ ຄົ້ນຄວ້າ ສ້າງ ຄວາມເຂັ້ມແຂງ ໃຫ້ແກ່ວຽກງານກວດກາ”.
ກອງປະຊຸມຝຶກອົບຮົມຄັ້ງນີ້ ໄດ້ຮັບການຮ່ວມມືຈາກ ກົມກວດກາ, ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ (ກວຕ) ສົມທົບກັບ ກົມເຕັກໂນໂລຊີດີຈີຕອນ, ກວຕ ແລະ ໄດ້ຮັບກຽດການເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ.