ທາບທາມຄຳເຫັນໃສ່ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍຄວາມປອດໄພ ດ້ານລັງສີ ແລະ ນີວເຄຼຍ ຂັ້ນສູນກາງ
ໃນຕອນເຊົ້າຂອງວັນທີ ໃນວັນທີ 03 ເມສາ 2018, ກົມວິທະຍາສາດ, ກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ (ກວຕ) ໄດ້ຈັດກອງປະຊຸມທາບທາມ ຄຳເຫັນໃສ່ເນື້ອໃນ ຂອງຮ່າງ ກົດໝາຍ ວ່າດ້ວຍຄວາມ ປອດໄພດ້ານລັງສີ ແລະ ນີວເຄຼຍ ຂັ້ນສູນກາງ ພາຍໃຕ້ການເປັນປະທານ ຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ.
ການຈັດກອງປະຊຸມທາບທາມຄັ້ງນີ້ ມີຈຸດປະສົງເພື່ອຫາວິທີການທີ່ປອດໄພ ຊຶ່ງຈຳເປັນຕໍ່ການນຳໃຊ້ ເຕັກໂນໂລຊີ, ວັດສະດຸ ແລະ ລັງສີນີວເຄຼຍ ທີ່ເປັນເຄື່ອງມືທາງ ວິທະຍາສາດມາຮັບໃຊ້ ເຂົ້າໃນບັນດາ ຂະແໜງການ ຜະລິດ ແລະ ການບໍລິການເນື່ອງຈາກການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເຊັ່ນ: ການນໍາໃຊ້ກວດສອບການສາຍແສງປິ່ນປົວພະຍາດຂອງຂະແໜງສາທາລະນະສຸກ,ການຄົ້ນຄວ້າວິໄຈ-ການຜະລິດດ້ານກະສິກໍາ,ການນໍາໃຊ້ເຂົ້າໃນການ ກວດວັດ-ສໍາຫຼວດກໍ່ສ້າງ, ຂະບວນການຜະລິດ ອຸດສະຫະກໍາ ປຸງແຕ່ງ, ການພັດທະນາພະລັງງານ ທາງເລືອກ ແລະ ຂະບວນສຳຫຼວດ ຂຸດຄົ້ນ-ຜະລິດແຮ່ທາດ ຕ່າງໆ ເປັນຕົ້ນ.
ສປປ ລາວ ໄດ້ລົງນາມເຂົ້າເປັນສະມາຊິກ ຂອງອົງການ IAEA ໃນເດືອນ ພະຈິກ 2011 ແລະ ໄດ້ໃຫ້ສັດຕະຍະບັນ, ສົນທິສັນຍາ ແລະ ສັນຍາສາກົນ ດ້ານ ການຄຸ້ມຄອງຄວາມປອດໄພລັງສີ ແລະ ນີວເຄຼຍ ແລະ ການເຂົ້າເຖິງການນຳໃຊ້ວິທະຍາສາດທາງດ້ານນີວເຄຼຍ ໃນທາງສັນຕິ ແລະ ເພື່ອການພັດທະນາຫຼາຍສະ ບັບເຊັ່ນ: ສົນທິສັນຍາການປົກປ້ອງວັດສະດຸນີວເຄຼຍ (CPPNM), ຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອດ້ານເຕັກນິກວິຊາການ (RSA), ຂໍ້ຕົກລົງວ່າດ້ວຍການ ຮ່ວມມືພາກພື້ນອາຊີ -ປາຊີຟິກ (RCA) ແລະ ອື່ນໆ.
ລັດຖະບານໄດ້ມອບໝາຍໃຫ້ ກວຕ ເປັນຈຸດປະສານງານດ້ານວິຊາການ ໂດຍໄດ້ມອບໃຫ້ກົມວິທະຍາສາດ ເຮັດໜ້າທີ່ ເປັນຈຸດປະສານງານແຫ່ງຊາດ ຫຼື National Liaison Officer (NLO). ນັບແຕ່ເດືອນ ມີນາ 2012 ເປັນຕົ້ນມາ, ກົມວິທະຍາສາດ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຮ່ວມກັບກົມ ອົງການຈັດຕັ້ງ ສາກົນທີ່ຂຶ້ນກັບ ກະຊວງ ການຕ່າງປະເທດ (ກຕປ) ເປັນກ້າວໆມາ, ໄດ້ມີການປະສານສົມທົບກັບຂະແໜງວິຊາການຫຼັກ ຂອງບັນດາກະຊວງ ກ່ຽວຂ້ອງ ຢ່າງເປັນປົກກະຕິເພື່ອພ້ອມກັນປະຕິບັດບັນທະພາຄີຂອງບັນດາປະເທດສະມະຊິກ IAEA.
ໃນໄລຍະການປັບປຸງເນື້ອໃນດັ່ງກ່າວ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ໄດ້ກວດແກ້ຮຽບຮຽງປະໂຫຍກ, ຄຳເວົ້າ ແລະ ການອະທິບາຍຄຳສັບທີ່ນຳໃຊ້ ເຂົ້າໃນຮ່າງກົດໝາຍສະບັບນີ້ຄືນໃໝ່ ເປັນຮ່າງສະບັບທີ 3 ຕາມການປະກອບຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ; ໂຄງປະກອບໂຄງສ້າງຂອງຮ່າງກົດໝາຍ ມີຄື: 11 ພາກ, 11 ໝວດ ແລະ 83 ມາດຕາ.
ໂອກາດນີ້, ທ່ານ ຫົວໜ້າກົມວິທະຍາສາດ ໄດ້ສະເໜີລາຍງານໂດຍຫຍໍ້ກ່ຽວກັບສະພາບການກະກຽມດ້ານເນື້ອໃນຂອງຮ່າງກົດໝາຍ ໃນໄລຍະຜ່ານມາ.
ເຂົ້າຮ່ວມກອງປະຊຸມທາບທາມຄັ້ງນີ້ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ສະຖາບັນແລະ ຂະແໜງການອ້ອມຂ້າງກະຊວງ.
ຂ່າວ ແລະ ຮູບ: ທັດສະນີ ພົງບັນດິດ